Home » ທຳມະ » .:。✿* ປະຫວັດຄວາມເປັນມາຂອງບຸນຫໍ່ເຂົ້າສະຫລາກ *✿.。.:

.:。✿* ປະຫວັດຄວາມເປັນມາຂອງບຸນຫໍ່ເຂົ້າສະຫລາກ *✿.。.:

ບຸນຫໍ່ເຂົ້າສະຫລາກ ເປັນບຸນປະເພນີປາງບຸນໜຶ່ງໃນຮີດສິບສອງຂອງລາວເຮົາ ເຊິ່ງເປັນປະເພນີທີ່ເຊື່ອວ່າໄດ້ເກີດຂື້ນໃນສະໄໝເຈົ້າສຸລິຍະວົງສາ. ປະເພນີ້ດັ່ງກ່າວນີ້ ມີປະຫວັດຄວາມເປັນມາແຕ່ສະໄໝພຸດທະການ ເລື່ອງມີຢູ່ວ່າ ສະໄໝນັ້ນພຣະສົງສາມະເນນໃນສຳນັກຂອງພຣະພຸດທະເຈົ້າມີ
ຫລາຍ ເວລາອຸບາສົກ ອຸບາສິກາມາເຮັດບຸນຖວາຍສັງຄະທານໃຫ້ແກ່ພຣະສົງ ສ່ວນໃຫຍ່ໃຜໆກໍຢາກຖວາຍໃຫ້ແຕ່ພຣະພຸດທະເຈົ້າ. ດ້ວຍເຫດນີ້ ພຣະພຸດທະອົງຈິ່ງຊົງອະນຸຍາດໃຫ້ມີການຈົກສະຫລາກເອົາ ວິທີເຮັດກໍຄືໃຫ້ພໍ່ອອກແມ່ອອກຈົກເອົາຊື່ຂອງພຣະສົງ ຖືອົງໃດກໍເອົາເຄື່ອງໄປຖວາຍອົງນັ້ນ.

ໃນຕອນນັ້ນ ຜູ້ທີ່ເປັນປະມຸກສູງສຸດຝ່າຍພຣະສົງກໍແມ່ນພຣະພຸດທະອົງ ແລະຜູ້ນ້ອຍສຸດແມ່ນ ສາມະເນນ ສັນຈິດຈະ, ສ່ວນຝ່າຍທາງຄະລືຫັດແມ່ນພຣະເຈົ້າປະເສນທິໂກສົນ ເປັນຜູ້ສູງສຸດ ແລະຜູ້ມີຖານະຕ່ຳສຸດແມ່ນຊາດທຸກຄະຕະ(ຜູ້ທຸກຍາກ). ຊາຍທຸກຄະຕິ ເຖິງແມ່ນວ່າຈະເປັນຜູ້ທຸກຍາກຂາດເຂີນ ແຕ່ກໍມີຈິດໃຈໃສສັດທາຢາກເຮັດບຸນນຳເພິ່ນ ຈິ່ງພະຍາຍາມຊອກຫາສິ່ງຂອງທີ່ຈະມາຖວາຍທານແກ່ ພຣະສົງ ດ້ວຍເຫດນີ້ລາວຈິ່ງໄດ້ຂົນຂວາຍຫາເຂົ້າຂອງທີ່ຈະໃຫ້ທານໃຫ້ໄດ້ ເຖິງແມ່ນວ່າຈະບໍ່ມີເຂົ້າ ແລະອາຫານການກິນທີ່ມີຣົສແຊບຊ້ອຍກໍ ລາວກໍໄດ້ພະຍາຍາມຊອກຫາເອົາຮຳມາໝົກເປັນກ້ອນ ເພື່ອກຽມໄປຖວາຍໃຫ້ແກ່ພຣະສົງ.

ເມື່ອເຖິງຄາວຈົກສະຫລາກ ພຣະພຸດທະອົງຈົກຖືກສະຫລາກຂອງຊາຍທຸກຄະຕະ, ສ່ວນວ່າພຣະເຈົ້າປະເສນທິໂກສົນ ແມ່ນຈົກຖືກສາມະເນນນ້ອຍ ສັນຈິດຈະ. ເມື່ອເປັນແນວນັ້ນພຣະເຈົ້າປັດເສນທິໂກສົນ ແລະແມ່ນແຕ່ບຸກຄົນທົ່ວໄປທີ່ມາຮ່ວມບຸນ ເກີດມີຄວາມຄິດພາຍໃນໃຈ ຢາກໃຫ້ປ່ຽນເຄື່ອງຖວາຍທານນັ້ນ ຄື ໃຫ້ພຣະເຈົ້າປະເສນທິໂກສົນຖວາຍໃຫ້ພຣະພຸດທະເຈົ້າ ສ່ວນຂອງຊາຍທຸກຄະຕະນັ້ນໃຫ້ສາມະເນນນ້ອຍ.

ເມື່ອນັ້ນ ພຣະພຸດທະອົງຮູ້ວາຣະຈິດແຫ່ງພຣະເຈົ້າປັດເສນທິໂກສົນແລະບຸກຄົນທົ່ວໄປທີ່ໄປຮ່ວມງານ ຈິ່ງໄດ້ສັນອາຫານທີ່ເປັນກ້ອນຮຳຂອງຊາຍທຸກຄະຕະ. ໃນຕອນນັ້ນ ເຫດຮ້ອນຮອດທວາຍເທບເທວາ ວ່າພຣະພຸດທະອົງຈະສັນຮຳຂອງຊາຍທຸກຄະຕະ ຖ້າວ່າພວກເຂົານິ້ງດູດາຍ ຫົວກໍຈະແຕກອອກເປັນສ່ຽງໆ ເທວະດາຈິ່ງໄດ້ສະເດັດມາປຸງຣົສອາຫານໃຫ້ເປັນທິບ ຕອນທີ່ພຣະພຸດທະອົງກຳລັງສັນຢູ່ນັ້ນ. ກິ່ນຂອງຮຳໄດ້ກະຈາຍໄປເຖິງທຸກຄົນຢູ່ໃນສະຖານທີ່ນັ້ນ ເຮັດໃຫ້ຄົນແຖວນັ້ນໄດ້ມີຄວາມຮູ້ສຶກອີ່ມໜຳສຳລານ ຈະກາຍໄດ້ກິ່ນອັນເປັນທິບຂອງຮຳຂອງຊາຍທຸກຄະຕະ.

ເມື່ອສັນພັດຕາຫາຍສຳເລັດເປັນທີ່ຮຽບຮ້ອຍແລ້ວ ພຣະພຸດທະອົງຈິ່ງໄດ້ຕັດສະແດງພຣະສັດທັມມະເທສນາແກ່ຄົນທັງຫລາຍ ໃຫ້ມີຄວາມປິຕິໂສມະນັດຍິນດີໃນການໄດ້ມີໂອກາດຖວາຍທານແກ່ພຣະສົງ ເຖິງແມ່ນວ່າຈະຈົກສະຫລາກຖືກຜູ້ໃດນອກຈາກພຣະພຸດທະອົງ ກໍບໍ່ໃຫ້ນ້ອຍໃຈເສັຍດາຍ. ພຣະພຸດທະອົງໄດ້ຕັດວ່າ ຊາຍທຸກຄະຕະນັ້ນເຄີຍໄດ້ເປັນໂຍມອຸປະຖາກຂອງເພິ່ນຫລາຍຊາດນັບບໍ່ຖ້ວນແລ້ວ ຈິ່ງຈົກສະຫລາກຖືກ, ສ່ວນວ່າພຣະເຈົ້າປັດເສນທິໂກສົນທີ່ຖືກສາມະເນນນ້ອຍນັ້ນ ກໍບໍ່ແມ່ນບຸກຄົນທຳມະດາ ເປັນເຊື້ອສາຍຍາດພີ່ນ້ອງກັນມາແຕ່ຊາດປາງກ່ອນນັບບໍ່ຖ້ວນເຊັ່ນກັນ ແລະທີ່ສຳຄັນສາມະເນນນ້ອຍອົງນີ້ ຄືພຣະສີອະຣິຍະເມດໄຕທີ່ຈະມາຕັດໃນພາຍພາກໜ້າ.

ເມື່ອພຣະທັມມະເທສະໜາຈົບລົງ ໃຜກໍເກີດມີຄວາມປິຕິຊົມຊື່ນຍິນດີໃນພຣະສັດທັມມະເທສະໜາ ແລ້ວອີ່ມໜຳສຳລານດ້ວຍກິ່ນອາຍຂອງອາຫານທິບ. ຍ້ອນແນວນີ້ເອງຈິ່ງເປັນທີ່ມາຂອງຄຳວ່າ ພາເຂົ້າທິບ ທີ່ຊາວພຸດລາວເຮົາພາກັນນິຍົມກັນເຮັດໄປຖວາຍພຣະແຕ່ອະດີດຈົນຮອດປະຈຸບັນ.

ຈຸດປະສົງຂອງການເຮັດບຸນຫໍ່ສະຫລາກນີ້ ເປັນປະເພນີທີ່ດີງາມ ເພື່ອປະຕິບັດບໍ່ໃຫ້ມີການແບ່ງຊົນຊັ້ນວັນນະໃນສັງຄົມ ເປີດໂອກາດໃຫ້ພຣະສົງສາມະເນນແລະຍາດໂຍມທົ່ວໄປ ໄດ້ມີໂອກາດໄດ້ສ່ຽງສະຫລາກຕາມຄວາມເໝາະສົມຕາມບຸບພະກັມ ຫລືບຸບເພຈະກະຕະປຸນຍະຕາ ຄືເປັນຜູ້ທີ່ເຮັດບຸນຮ່ວມກັນມາແຕ່ຊາດປາງກ່ອນ ເພາະວ່າບາງຄົນ ກໍເຄີຍໄດ້ເປັນພີ່ເປັນນ້ອງກັນມາແລ້ວນັບຊາດບໍ່ຖ້ວນ ອີກຢ່າງກໍເພື່ອໃຫ້ເກີດລະບົບທັມມາທິປະໄຕໄປໃນໂຕ ບໍ່ໃຫ້ມີຄວາມເຫລື່ອມລ້ຳຕ່ຳສູງໃນສັງຄົມ.

ຂໍ້ມູນຈາກ ວັດອົງຕື້ມະຫາວິຫານ

Facebook Comments

About admin

admin

Check Also

.:。✿* ຄາຖາແກ້ທຸກໂສກໂລກໄພ ແລະ ເສກຢາຮັກສາໂລກ *✿.。.:

Facebook Comments

Leave a Reply